Ad

Ad

12 November 2014

ພາເພຍ້ອນເຂົ້າໃຈປົນເປ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
      ມາຮອດມື້ນີ້, ຈານແຍ່ຍັງສັງ ເກດເຫັນຄວາມສັບສົນປົນເປກັນເລື່ອງຊື່ເອີ້ນ ທີ່ພົວພັນກັບນາມມະ ຍົດ, ວິທະຍາຖານະ ແລະ ຕຳ ແໜ່ງວິຊາການ. ຄວາມສັບສົນ ປົນເປດັ່ງກ່າວນີ້ ເຮັດໃຫ້ຫລາຍ ຄົນເງີ້ງົງໆ ເຊິ່ງມັກປາກົດອອກ ມາໃນຄຳຖາມທີ່ວ່າ: ດອກເຕີ (ດຣ.) ກັບສາສະດາຈານ, ຮອງ ສາສະດາຈານ ໃຜສູງໃຜໃຫຍ່ ກວ່າກັນ ?. ວິລະຊົນ, ສິລະປິນ ແຫ່ງຊາດ, ສິລະ ປິນດີເດັ່ນເດເຮັດແນວໃດຈຶ່ງໄດ້ເປັນ ?. ຫວ່າງ ບໍ່ດົນມານີ້ ມີໜັງສືພິມລາຍວັນສະບັບໜຶ່ງສະເໜີຊີວະປະຫວັດຂອງນັກແຕ້ມ (ຈິດຕະ ກອນ) ທີ່ໄດ້ຮັບນາມມະຍົດ “ສິລະປິນດີເດັ່ນ” ວ່າ: “ເປັນສິລະປິນດີເດັ່ນປະຈຳປີ 2010” ນີ້ແມ່ນຄວາມເຂົ້າໃຈຜິດ ຜ້ຽນໜຶ່ງທີ່ຄວນໄດ້ອະທິບາຍກັນຢ່າງຈະ ແຈ້ງ.
     ຕາມຄວາມເປັນຈິງແລ້ວ, ເລື່ອງວິທະຍາຖານະນີ້ ຄວນເຂົ້າໃຈແຈ້ງກ່ອນແຕ່ເຫິງແລ້ວ ເພາະມັນກ່ຽວກັບຖານະ ຫລື ລະດັບຂອງການສຶກສາເຊັ່ນ: ອະນຸປະລິນຍາ (ຊັ້ນສູງ), ປະລິນຍາຕີ, ປະລິນຍາໂທ ແລະ ອັນທີ່ເອີ້ນວ່າ: ດອກເຕີ (ດຣ.) ນັ້ນ ແມ່ນປະລິນຍາເອກ, ແຕ່ພວກເຮົາຂີ້ຄ້ານເວົ້າຍາວ, ເວົ້າ “ດຣ.” ຫລື “ດອກເຕີ” ດີກວ່າ. ນອກຈາກສັ້ນແລ້ວ ບາງ ຄົນວ່າມັນ ມີລືກດີເພາະມີກິ່ນອາຍຂອງຄວາມເປັນຕ່າງປະ ເທດ. ວິທະຍາຖານະນີ້ ບໍ່ມີໃຜໃຫ້ ກັນໄດ້ ເພາະຕ້ອງໄດ້ຮຽນເອົາ ເອງ ເສັງ
ເອົາເອງ, ສ່ວນດອກເຕີ ກິດຕິມະສັກທີ່ມະຫາວິທະຍາໄລ ຫລື ສະຖາບັນສຶກສາຂັ້ນສູງ ທັງ ຢູ່ພາຍໃນ ແລະ ຕ່າງປະເທດ ມອບໃຫ້ກັນນັ້ນ ເປັນອີກເລື່ອງໜຶ່ງ ເພາະເປັນພຽງເພື່ອສະແດງການຮັບຮູ້ຜົນງານທີ່ດີເດັ່ນຂອງ ຜູ້ທີ່ກ່ຽວຂ້ອງ ແລະ ທັງເປັນ ສັນຍາລັກທີ່ດີທາງການທູດນຳອີກ. ຢູ່ຕ່າງປະເທດ, ຄົນທີ່ໄດ້ດອກເຕີ ກິດຕິມະສັກນີ້ ເຂົາຈະບໍ່ຖືຕົນເອງ ເປັນດອກເຕີເດັດ ຂາດ. ຢູ່ບ້ານເຮົາ ຄຳວ່າ: “ດອກເຕີ” ທີ່ເປັນພຽງຂັ້ນກຳນົດວິທະຍາຖານະນັ້ນ ພັດໃຊ້ກັນແບບຜິດຜ້ຽນ ແລະ ຟຸມເຟືອຍ ເຫລືອຮ້າຍ, ຈັກແພດ ຊັ້ນຕົ້ນ, ກາງ, ສູງ ຫລື ແພດປະ ລິນຍາກໍເອີ້ນກັນແບບລວດແຂ້ວ ເຕົ່າວ່າ: “ດອກເຕີ” ກັນທັງບ້ານ, ສ່ວນຕຳແໜ່ງວິຊາການທີ່ເຫີ່ ເອີ້ນກັນ ໂດຍບໍ່ຄຳນຶງເຖິງກາລະ ແລະ ເທສະນັ້ນ ໄດ້ແກ່ສາສະດາ ຈານ, ຮອງສາສະດາຈານ (ໃນ ບາງປະເທດມີ 3 ຂັ້ນ ຄືຜູ້ຊ່ວຍສາສະດາຈານ, ຮອງສາສະດາຈານ ແລະ ສາສະດາຈານ). ຜູ້ທີ່ຈະໄດ້ ຕຳແໜ່ງວິຊາການ ສາສະດາຈານ, ຮອງສາສະດາຈານນັ້ນ ຕາມເຂົາວ່າກໍຕ້ອງແມ່ນຜູ້ທີ່ເປັນອາຈານສອນ ແລະ ມີຄວາມຊຳ ນິຊຳນານໃນວິຊາການ ໃດໜຶ່ງເປັນພິເສດ (ເງື່ອນໄຂປະກອບອື່ນໆຂໍໃຫ້ທ່ານຜູ້ອ່ານຊອກອ່ານເອງ). ຜູ້ທີ່ບໍ່ເປັນອາຈານສອນ ບໍ່ ມີຜົນງານການຄົ້ນ ຄວ້າເປັນຊິ້ນເປັນອັນຄັກແນ່, ບໍ່ມີລູກສິດລູກຫາຄົບລຸ້ນຕາມມາດຖານແມ່ນບໍ່ມີສິດໄດ້ຕຳແໜ່ງວິຊາການນີ້ ເດັດຂາດ. ອັນນີ້ ແມ່ນຄວາມເຂົ້າໃຈແບບແຄບໆຂອງຈານແຍ່ເອງເນີ. ນອກນັ້ນກໍຍັງເບິ່ງຂັ້ນປະລິນຍາ (ວິທະຍາຖານະ) ຕື່ມວ່າຂັ້ນ ໃດຈຶ່ງສາ ມາດເປັນສາສະດາ ຈານ-ຮອງສາສະດາຈານໄດ້. ບັດນີ້ກ້ຽວມາໃສ່ນາມມະຍົດ ເຊັ່ນນາມມະຍົດວິລະຊົນແຫ່ງ ຊາດ, ນັກຮົບ ແຂ່ງຂັນ, ສິລະປິນແຫ່ງຊາດ, ສິລະປິນດີເດັ່ນໃນບັນດາຂະແໜງສິນ. ນາມມະຍົດແມ່ນລັດຖະບານມອບໃຫ້ຄັກແນ່ ໂດຍຖືກ ຕ້ອງຕາມມາດຖານ ເຊັ່ນ ໃນປີ 2010, ລັດຖະບານໄດ້ຕົກ ລົງມອບນາມມະຍົດ ແລະ ຫລຽນນາມມະຍົດສິລະປິນແຫ່ງ ຊາດ-ສິລະປິນດີເດັ່ນໃຫ້ຜູ້ມີຜົນງານໃນຂະແໜງສິນຫລາຍສິບຄົນ, ແຕ່ພິທີມອບຮັບຕົວຈິງຈັດ ຂຶ້ນໃນເດືອນພຶດສະພາປີ 2011.
     ສະຫລຸບຄວາມແລ້ວ, ວິທະຍາ ຖານະ, ຕຳແໜ່ງວິຊາການ ແລະ ນາມມະຍົດ ມີສາຍພົວພັນກ່ຽວ ໂຍງກັນ ແຕ່ບໍ່ແມ່ນອັນດຽວກັນ, ບໍ່ແມ່ນຂັ້ນຂອງກັນ ແລະ ກັນ. ດັ່ງນັ້ນ ຈຶ່ງບໍ່ມີໃຜໃຫຍ່ໃຜສູງລື່ນ ໃຜ. ສຳລັບນາມມະຍົດນັ້ນ ບໍ່ໄດ້ ປ່ຽນກັນປະຈຳປີຄືນາງງາມ ເຊິ່ງເປັນໄດ້ແຕ່ປີດຽວແລ້ວກໍ ປ່ຽນ. ສ່ວນນາມມະຍົດນັ້ນຕິດ ກັບໂຕຄົນຜູ້ໄດ້ຮັບຕະຫລອດໄປ, ບໍ່ກາຍແຕ່ວ່າມີລະບຽບຖອນ ນາມມະຍົດ ຍ້ອນການກະທຳທີ່ ເສື່ອມເສຍ ຫລື ຂາດຄຸນລັກສະ ນະທີ່ພົວພັນກັບເຈົ້າຂອງ ນາມມະຍົດນັ້ນໆ.

No comments:

Post a Comment